ສ້າງບົດລາຍງານໃໝ່

ຫຼັງຈາກທີ່ທ່ານຂຽນບົດລາຍງານສຳເລັດແລ້ວ ທ່ານຈະຖືກມອບໝາຍໃຫ້ໃສ່ລະຫັດສະເພາະ ເອີ້ນວ່າ "ກຸນແຈ ລາຍງານ (report key)." ຂຽນ ກຸນແຈລາຍງານ ແລະ ລະຫັດຜ່ານຂອງທ່ານ ແລະ ເກັບຮັກສາໄວ້ຢູ່ບ່ອນທີ່ປອດໄພ. ຫຼັງຈາກ 5-6 ວັນຂອງວັນດຳເນີນທຸລະກິດ, ຈົ່ງໃຊ້ກຸນແຈລາຍງານ ແລະ ລະຫັດຜ່ານຂອງທ່ານ ກວດກາບົດລາຍງານຂອງທ່ານ ຖ້າມີຄຳເຫັນ ຫຼື ຄຳຖາມ.

ຂໍ້ຄວາມຈາກ Doug Parker, ຫົວໜ້າພະນັກງານດ້ານກົດໝາຍ (Chief Legal Officer ຫຼື CLO)

ໃນນາມເປັນ ອົງກອນລະດັບໂລກ, ພວກເຮົາຕ້ອງຮັບປະກັນວ່າ ທຸກວຽກຂອງລູກຈ້າງຂອງພວກເຮົາຢູ່ໃນສິ່ງແວດລ້ອມທີ່ດຳເນີນຕາມຫຼັກການຂອງການດຳເນີນທາງທຸລະກິດຂອງພວກເຮົາ. ພວກເຮົາທຸກຄົນແບ່ງປັນຄວາມຮັບຜິດຊອບ ເພື່ອຕິດຢູ່ກັບນະໂຍບາຍກ່ຽວກັບການຄຸ້ມຄອງການດຳເນີນທຸລະກິດຂອງ Celestica (Celestica's Business Conduct Governance Policy, BCG) ແລະ ເພື່ອຮັບປະກັນວ່າ ຫຼັກຈາລິຍະທຳຂອງພວກເຮົາ ແລະ ຄວາມຊື່ສັດ ຈະບໍ່ສ້າງບັນຫາ. ມັນແມ່ນຄວາມຮັບຜິດຊອບຂອງທຸກຄົນໃນການລາຍງານຄວາມປະພຶດ ຫຼື ການເຄື່ອນໄຫວ ທີ່ຄັດແຍ່ງກັບມາດຕະຖານດ້ານຈາລິຍະທຳຂອງພວກເຮົາ. ຮັບຮູ້ ແລະ ສຳຫລວດຄວາມຮຸນແຮງທີ່ໄດ້ລາຍງານໃດໜຶ່ງ ຖືວ່າເປັນສິ່ງສຳຄັນຂອງ ເຊແລັສຕິກາ (Celestica) ແລະ ພວກເຮົາກຳລັງລວມທ່ານເຂົ້າໄປນຳ ເພື່ອໃຫ້ພວກເຮົາໄດ້ຮັບການແຈ້ງໃຫ້ຊາບ ຖ້າວ່າທ່ານຮັບຮູ້ບັນຫາອື່ນໆທີ່ກ່ຽວຂ້ອງ.

ເພື່ອສະໜອງໃຫ້ລູກຈ້າງຂອງພວກເຮົາດ້ວຍວິທີການທີ່ປອດໄພ, ເປັນແບບນິລະນາມ ແລະ ໂດຍສັນຊາດຕະຍານ ໃນການລາຍງານສິ່ງກັງວົນໃຈຂອງພວກເຂົາ, ພວກເຮົາໄດ້ຮ່ວມງານກັບ EthicsPoint, ຊຶ່ງເປັນບໍລິສັດເອກະລາດລະດັບໂລກ ທີ່ມີຄວາມຮູ້ສະເພາະດ້ານການຈັດການກັບການລາຍງານທີ່ເປັນຄວາມລັບໃນສະຖານທີ່ເຮັດວຽກ ແລະ ບັນຫາ ແລະ ຄວາມກັງວົນໃຈກ່ຽວກັບຈາລິຍະທຳ. ທ່ານສາມາດລາຍງານຄວາມຮຸນແຮງຕ່າງໆ ໂດຍການໂທຫາ ສາຍດ່ວນຈາລິຍະທຳຂອງ Celestica (Celestica Ethics Line), ໂດຍການໃຊ້ໝາຍເລກໂທສັບທີ່ບໍ່ເສຍຄ່າພາຍໃນ ຫຼື ໂດຍການສົ່ງບົດລາຍງານໃສ່ໃນເວັບໄຊຂອງພວກເຮົາ. ຂໍ້ມູນທີ່ໄດ້ລາຍງານທັງໝົດ ຈະຖືກເກັບຮັກສາໄວ້ເປັນຄວາມລັບ ແລະ ຈະໄດ້ຮັບການແກ້ໄຂໃຫ້ທັນເວລາ. Celestica ຈະບໍ່ຕອບໂຕ້ບຸກຄົນໃດກໍ່ຕາມທີ່ໄດ້ລາຍງານຄວາມຮຸນແຮງຂອງ BCG.

ໃນຂະນະທີ່ ສາຍດ່ວນຈາລິຍະທຳຂອງ Celestica (Celestica Ethics Line) ແມ່ນມີໃຫ້ ພວກເຮົາສະໜັບສະໜູນທ່ານໃຫ້ພົວພັນທຸກບັນຫາທີ່ບໍ່ກ່ຽວຂ້ອງກັບ BCG ໂດຍຜ່ານຊ່ອງທີ່ບໍ່ເໝາະສົມ ຢູ່ໃນສະຖານທີ່ຂອງທ່ານ, ຈົນກວ່າທ່ານຈະບໍ່ຮູ້ສຶກວ່າ ຢາກເຮັດສິ່ງດັ່ງກ່າວ. ນີ້ລວມທັງ ຫົວໜ້າໜ່ວຍງານໂດຍກົງຂອງທ່ານ (ຖ້າເຫັນວ່າເໝາະສົມ), ຜູ້ບໍລິຫານບຸກຄະລາກອນ (Human Resources Management) ຢູ່ພາກສະໜາມ ຫຼື ຜູ້ບໍລິຫານຄວາມປອດໄພ (Security Management) ຢູ່ພາກສະໜາມ.

Celestica ໄດ້ເຮັດວຽກຢ່າງໜັກ ເພື່ອສ້າງຊື່ສຽງໃນການຮ່ວມມືທີ່ມີລັກສະນະເປັນຜູ້ນຳຂອງອຸດສາຫະກຳ, ໂດຍອີງໃສ່ຄວາມຊື່ສັດ ແລະ ຈາລິຍະທຳທາງດ້ານທຸລະກິດ. ພວກເຮົາຍິນດີຕ້ອນຮັບການຊ່ວຍເຫຼືອຂອງທ່ານ ເພື່ອຮັບປະກັນວ່າ Celestica ສືບຕໍ່ດໍາເນີນການດ້ວຍມາດຕະຖານທາງດ້ານຈາລິຍະທຳ ແລະ ສີນລະທຳສູງ, ແລະ ພວກເຮົາໃຫ້ຄຳໝັ້ນສັນຍາ ຈະດຳເນີນການຢ່າງໄວໃນບັນຫາຕ່າງໆທີ່ອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ຄຸນຄ່າຂອງພວກເຮົາ.

ດ້ວຍຄວາມນັບຖື,

Doug Parker, ຫົວໜ້າພະນັກງານດ້ານກົດໝາຍ (Chief Legal Officer ຫຼື CLO)

EthicsPoint ບໍ່ແມ່ນ 911 ຫລືບໍລິການສຸກເສີນ:
ຢ່າໃຊ້ສະຖານທີ່ນີ້ລາຍງານເຫດການທີ່ສະແດງການຄຸກຄາມຕໍ່ຊີວິດ ຫລື ຊັບສີນ ແບບຮີບດ່ວນ. ບົດລາຍງານທີ່ສົ່ງຜ່ານການບໍລິການນີ້ອາດບໍ່ໄດ້ຮັບການຕອບຮັບທັນທີ. ຖ້າຫາກທ່ານຕ້ອງການຄວາມຊ່ວຍເຫລືອສຸກເສີນ, ຈົ່ງຕິດຕໍ່ອໍານາດການປົກຄອງທ້ອງຖິ່ນຂອງທ່ານ.